ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ສັ່ງ​ຊື້ລົດ​ຫຸ້ມ​ເກາະ​​ລຸ້ນ​ໃໝ່​ຫຼາຍ​ຂຶ້ນ

     ໜັງສືພິມ​ກອງທັບປະຊາຊົນ ຫວຽດນາມ ​ລາຍ​ງານໃນອາທິດ​ຜ່ານ​ມາ​ນີ້​ວ່າ: ກອງທັບ​ສະຫະລັດ​ ໄດ້​ເຊັນ​ສັນຍາ​ໃຫ້​ຜູ້​ຮັບ​ເໝົາຜະລິດ​ອາ
ວຸດ​ດ້ານ​ປ້ອງ​ກັນ​ຊາດ BAE Systems (UK) ເພື່ອເລີ່ມ​ຕົ້ນ​ການ​ຜະລິດ​ລົດ​ຫຸ້ມ​ເກາະ​ອະເນກ​ປະສົງ (AMPV). ໂຮງງານ​ຜະລິດ​ຂອງ
BAE Systems ຕັ້ງຢູ່​ໃນ​ລັດ Pennsylvania, ເຊິ່ງສະຫະລັດຈະ​ເປັນ​ຜູ້​ຮັບຜິດ ຊອບ​ໃນ​ຂໍ້​ຕົກລົງ​ນີ້.

     ຍອດ​ມູນ​ຄ່າ​ການ​ສັ່ງ​ຊື້​ໃນເບື້ອງ​ຕົ້ນ​ແມ່ນ 797 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 1,6 ຕື້​ໂດ​ລາ ນີ້​ແມ່ນ​ການ​ລົງທຶນ​ຂະໜາດ​ໃຫຍ່​​ຂອງ​ກອງທັບ​ອາ​
ເມ​ຣິ​ກາ ເພື່ອ​ເຮັດບັນລຸ​ໄດ້​ແຜນມີປະຈຳການລົດ AMPV 3.000 ຄັນ​ໃນ 20 ປີ​ຕໍ່ໜ້າ ດ້ວຍ​ຍອດ​ມູນ​ຄ່າ​ 10 ຕື້​ໂດ​ລາ ທີ່​ຈະ​ນຳມາປ່ຽນ​
ແທນ​ລົດ​ຫຸ້ມ​ເກາະ M113 ທີ່​ໃກ້​ຈະ​ໝົດ​ອາຍຸ​ການນຳ​ໃຊ້ ຜ່ານ​ມາ​ລົດ M113 ຖື​ວ່າ​ເປັນ​ລົດ​ຫຸ້ມ​ເກາະ​ທີ່​ປະສົບ​ຜົນສຳເລັດ​​ໃນ​ປະຫວັດສາດ​
ຂອງ ​ອາ​ເມ​ຣິ​ກາ ແລະ ຍັງ​ເປັນ​ລົດ​ຫຸ້ມ​ເກາະ​ທີ່​ມີ​ຄວາມ​ນິຍົມ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ​ສົງຄາມ​ສະໄໝ​ໃໝ່ ໂດຍ​ມີ​ການ​ຜະລິດ​ຫຼາຍ​ກວ່າ
80.000 ຄັນ, ຢ່າງໃດກໍຕາມ M113 ແມ່ນ​ບໍ່​ເໝາະ​ສົມ​ສຳລັບ​ຍຸດທະວິທີ​ສູ້​ຮົບ​ໃນ​ປັດຈຸບັນ, ເນື່ອງຈາ​ກວ່າ​ມັນ​ບໍ່​ມີຄວາມສາມາດ​ຄື​ກັບລົດ​ຕັງ
Abrams ແລະ M2 Bradley ເພາະວ່າມີ​ຄວາມ​ສ່ຽງ​ຫຼາຍ​ໃນ​ສະພາບ​ແວດ​ລ້ອມ​ການ​ຕໍ່ສູ້​ໃນ​ຕົວ​ເມືອງ. ກອງທັບ​ສະຫະລັດ ແລະ ບໍລິສັດ
BAE ໄດ້​ປະສານ​ງານ​ກັນ​ເພື່ອ​ພັດທະນາ AMPV ໂດຍ​ອີງໃສ່​ການ​ອອກ​ແບບ​ຂອງ​ລົດ​ຫຸ້ມ​ເກາະ M2 Bradley ແລະ ​ປືນ​ອັດຕະໂນມັດ
M109A7 ພາ ຫະນະ​ດັ່ງກ່າວ​ມີ 5 ຊະນິດ​ຄື: ລົດ​ຫຸ້ມ​ເກາະ​ບັນທຸກ​ພົນທະຫານ​ຮາບ, ລົດ​ບັນຊາ, ລົດ​ເກັບ​ກູ້​ລະ ເບີດ, ລົດ​ບັນທຸກ​ທົ່ວ​ໄປ ແລະ
ພາຫະນະ 120 ​ມມ ເຊັ່ນ​ດຽວ​ກັນ​ກັບ M113, AMPV ມີ​ຄວາມສາ ມາດ​ແລ່ນ​ໃນ​ພື້ນ​ທີ່​ທຸລະກັນ​ດານ.

     ລົດ​ໄດ້​ຮັບຕິດ​ຕັ້ງ​ລະບົບ​ສື່ສານ​ ດາວ​ທຽມ Satcom, ລະບົບ​ສະ ກັດ​ກັ້ນ​ເອ​ເລັກ​ໂຕຣ​ນິກ​ ທີ່ທັນສະໄໝ. ມາ​ຮອດ​ປັດຈຸບັນກອງທັບ​ອາ​ເມ​
ຣິ​ກາ ໄດ້ຮັບລົດ AMPV ເກືອບ 280 ຄັນ ຄາດ​ວ່າການ​ຜະ ລິດຈະ​ສຳເລັດ​ຕາມ​ແຜນ​ໃນ​ທ້າຍ​ປີ 2024 ປະມານ 450 ຄັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/10/2023